ເພງ : ເຊັນເສື້ອ(ໃນຖານະຫຍັງ)
Artist : ADDY AKB
Lyrics : ADDY AKB
Mix Master : NOIY’TK
ກີຕ້າ : NOIY’TK
ຂອດ : DAIMON AKB
ເນື້ອເພງ:
V1 :
ຂອບໃຈຫຼາຍ
ທີ່ທັກທາຍກັນມາທາງເຟສ
ວ່ານ້ອງຈົບມໍ7ບໍ່ກັບມາເຊັນເສື້ອໃຫ້ຫວາ
ສິໃຫ້ອ້າຍກັບໄປເຊັນໃນຖານະຫຍັງ
ຄົນເຄີຍຮັກກັນ ຫຼື ຄົນຮູ້ຈັກນ້ອງຫຼ້າ
ຫຼືວ່າ ໃນຖານະຜູ້ບ່າວເກົ່າ
V2 :
ກະຢາກກັບໄປ
ເຊັນໃຫ້ເຈົ້າຢູ່ແກ້ວຕາ
ເພາະຕອນນັ້ນເຮົາເຄີຍສັນຍາ
ນຳກັນເອົາໄວ້
ຖົງເສື້ອຂ້າງຊ້າຍທີ່ອ້າຍນັ້ນຈອງ
ຕອນນີ້ນ້ອງໃຫ້ເຂົາເຊັນແລ້ວໄປ
ຫຼືວ່າຈັ່ງໃດຍັງເກັບໄວ້ໃຫ້ອ້າຍຢູ່ບໍ
Pre-hook :
ຂອບໃຈໃນຄວາມຫວັງດີ
ແຕ່ຂໍໂທດອີ່ຫຼີນ້ອງຫຼ້າ
ເມື່ອເຈົ້າມີເຂົາເຂົ້າມາ
ອ້າຍບໍ່ກ້າ…ໄປເຊັນໃຫ້ດອກເດີ
Hook :
ສິໃຫ້ອ້າຍໄປເຊັນເສື້ອ
ໃນຖານະໝາກເຂືອອີ່ຫຍັງ
ກະເຮົາສອງຄົນເລີກກັນ
ຕັ້ງແຕ່ບໍ່ທັນຮຽນຈົບພຸ້ນໜາ
ບໍ່ກ້າໄປເຊັນດອກສາວ
ຜູ້ບ່າວຂອງເຈົ້າສິວ່າຫັ້ນໜາ
ກະອ້າຍເປັນຄົນບໍ່ມີສະຖານະ
ອ້າຍຄົງສິບໍ່ກ້າໄປເຊັນດອກ
(ຊ້ຳ V2)
コメントを書く